ພາສາລາວ
ຄຳປາໄສເຖິງປະຊາຊົນລາວຜູ້ທີ່ມີກຽດທຸກທ່ານ

Introduction
ຂ້າພະເຈົ້າຂໍອະນຸຍາດກ່າວເຖິງປະຊາຊົນລາວຜູ້ທີ່ຮັກສັນຕິພາບ ແລະ ຜູ້ທີ່ມີກຽດທຸກທ່ານ ເຊິ່ງກຳລັງດິ້ນລົນທີ່ຈະໃຊ້ຊີວິດຂອງຕົນເອງດ້ວຍຄວາມຊື່ສັດ ແລະ ຊອບທຳຢູ່ໃນໂລກອັນສັບສົນວຸ້ນວາຍນີ້.
ຂ້າພະເຈົ້າຂໍສະເໜີໃຫ້ປະຊາຊົນລາວມີຄວາມສຳພັນໃໝ່ກັບສະຫະລັດອາເມລິກາທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນການແລກປ່ຽນລະຫວ່າງປະຊາຊົນທີ່ຂັບເຄື່ອນດ້ວຍການເຈລະຈາດ້ວຍຄວາມຊື່ສັດ ແລະ ສ້າງສັນກ່ຽວກັບການຮ່ວມມືຢ່າງແທ້ຈິງຂອງປະຊາຊົນ, ແລະ ອຸທິດຕົນເຄົາລົບຢ່າງສຸດຊຶ້ງຕໍ່ປະຫວັດສາດ ແລະ ວັດທະນະທຳຂອງປະເທດລາວ ເຊິ່ງເຮັດໃຫ້ປະເທດລາວເປັນອັນຍະມະນີຢູ່ໃນໂລກອັນມີມົນລະພິດນີ້.
ບໍ່ວ່າຈະເປັນວັດທະນະທຳທີ່ມີພະລັງແຫ່ງສັນຕິພາບທີ່ພົບເຫັນຢູ່ໃນຮີດຄອງປະເພນີທາງດ້ານພຸດທະສາດສະໜາຂອງປະເທດລາວ ທີ່ສ້າງແຮງບັນດານໃຈໃນຄວາມອຸທິດຕົນດັ່ງກ່າວຂອງປະຊາຊົນ, ຈິດວິນຍານທີ່ສ້າງແຮງບັນດານໃຈແຫ່ງຄວາມຍິ່ງໃຫຍ່ໃນອະດິດທີ່ຈະພົບເຫັນຢູ່ໃນນິທານຂຸນບູລົມ ຫຼື ເອີ້ນວ່າ “ເທບນິຍາຍຂຸນບູລົມ” ທີ່ນຳສະເໜີບັນດາກົດໝາຍ ແລະ ກົດລະບຽບຕ່າງໆທີ່ມີຄວາມຍຸຕິທຳ ແລະ ເປັນສາກົນ, ຫຼື ເປັນມໍລະດົກສືບທອດຂອງ ເຈົ້າສຸລິຍະວົງສາ ເຊິ່ງເປັນກະສັດຜູ້ທີ່ເຊື່ອວ່າຄວາມຍຸຕິທຳ ແລະ ຄວາມໂປ່ງໃສ ລ້ວນແລ້ວແຕ່ເປັນໜ້າທີ່ ແລະ ມໍລະດົກສືບທອດຂອງພະອົງ. ຂ້າພະເຈົ້າໄດ້ດຶງເອົາຄວາມເຂັ້ມແຂງອັນຍິ່ງໃຫຍ່ຈາກຮີດຄອງປະເພນີຂອງປະເທດລາວມາເປັນແບບຢ່າງ. ປະເທດລາວມອບແບບຢ່າງຄວາມເປັນຜູ້ນຳ ແລະ ຄວາມຊື່ສັດໃຫ້ແກ່ຂ້າພະເຈົ້າ.
ຂ້າພະເຈົ້າບໍ່ໄດ້ມາທີ່ນີ້ເພື່ອມາບັນລະຍາຍປະເທດລາວກ່ຽວກັບວິທີການທີ່ຈະເຮັດໃຫ້ກາຍເປັນປະເທດທີ່ທັນສະໄໝ ແຕ່ມາເພື່ອເປັນການຮຽນຮູ້ຈາກພູມປັນຍາຂອງພວກທ່ານ.
ຂ້າພະເຈົ້າບໍ່ໄດ້ມາທີ່ນີ້ເພື່ອມາສ້າງສົງຄາມລະຫວ່າງປະເທດຈີນ ແລະ ສະຫະລັດອາເມລິກາເພື່ອຜົນປະໂຫຍດຂອງຜູ້ຮັບເໝົາທາງການທະຫານ, ແຕ່ວ່າມາເພື່ອຮຽນຮູ້ກ່ຽວກັບຮີດຄອງປະເພນີແຫ່ງສັນຕິພາບຂອງພວກທ່ານ ແລະ ແນະນຳໃຫ້ຊາວອາເມລິກາ ແລະ ຊາວຈີນ ໄດ້ຮູ້ຈັກ.
ກ່ອນທີ່ຂ້າພະເຈົ້າດຳເນີນການດັ່ງກ່າວ, ຂ້າພະເຈົ້າຕ້ອງຮັບຜິດຊອບຕໍ່ຄວາມຜິດພາດທີ່ເກີດຂຶ້ນກັບປະເທດລາວໂດຍສະຫະລັດອາເມລິກາ, ແລະ ໂດຍສະເພາະຢ່າງຍິ່ງຜູ້ທີ່ຢູ່ໃນສຳນັກງານສືບສວນ-ສອບສວນກາງ (FBI) ແລະ ກອງທັບທີ່ຮັບໃຊ້ຜົນປະໂຫຍດວົງແຄບຂອງຄົນລວຍ.
ຄວາມພະຍາຍາມຂອງ CIA ໃນການສ້າງຄວາມຂັດແຍ່ງໃນປະເທດລາວ ເພື່ອສ້າງບັນຫາໃຫ້ແກ່ຫວຽດນາມໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ປະຊາຊົນລາວຜູ້ທີ່ມີກຽດ ເຊິ່ງມັນເປັນຄວາມຜິດພາດ ແລະ ພວກເຮົາຕ້ອງຮັບຜິດຊອບຕໍ່ຄວາມຜິດພາດດັ່ງກ່າວ. ພວກເຮົາໄດ້ລະເມີດອຳນາດອະທິປະໄຕຂອງປະເທດລາວ. ພ້ອມກັນນັ້ນ, ພວກເຮົາຍັງໄດ້ທຳຮ້າຍ ແລະ ເຂັນຂ້າປະຊາຊົນລາວຜູ້ທີ່ມີກຽດ.
ຂ້າພະເຈົ້າຮູ້ສຶກເສຍໃຈ ແລະ ຂໍອະໄພຢ່າງສຸດຊຶ້ງມາໃນທີ່ນີ້ດ້ວຍ.
ນອກຈາກນັ້ນ, ຍັງມີການຖິ້ມລະເບີດລັບຢ່າງຮ້າຍແຮງໃສ່ປະເທດລາວໃນລະຫວ່າງປີ 1964 ເຖິງ 1973 ເຊິ່ງມີພາລະກິດຖິ້ມລະເບີດປະມານ 580,000 ຄັ້ງ ຖືເປັນອາດຊະຍາກຳ ແລະ ກອງກຳລັງທີ່ແທ້ຈິງໃນສະຫະລັດອາເມລິກາ (ຄົນລວຍ ແລະ ອົງກອນຂອງພວກເຂົາ) ທີ່ສະໜັບສະໜູນການຖິ້ມລະເບີດເຫຼົ່ານີ້ ເຊິ່ງໄດ້ເຂັນຂ້າຜູ້ຄົນເປັນຈຳນວນຫຼວງຫຼາຍ ຄວນຕ້ອງໄດ້ຮັບຜິດຊອບ; ເລື່ອງລາວທັງໝົດຈະຖືກເປີດເຜີຍຕໍ່ສາທາລະນະ.
ການບອກຄວາມຈິງຢ່າງຄົບຖ້ວນ, ການຂໍອະໄພຕໍ່ອາດຊະຍາກຳເຫຼົ່ານັ້ນໃນຖານະປະທານາທິບໍດີ, ແລະ ການນຳສະເໜີວິໄສທັດໃໝ່ແຫ່ງສັນຕິພາບ ຈະເປັນໝາກຫົວໃຈອັນສຳຄັນສຳລັບພາລະກິດຂອງຂ້າພະເຈົ້າກັບປະຊາຊົນລາວຜູ້ທີ່ມີກຽດທຸກທ່ານ.
ພວກເຮົາຈະຮ່ວມມືກັນ ເພື່ອສົ່ງເສີມການແລກປ່ຽນທາງດ້ານວັດທະນະທຳ, ຮຽນຮູ້ວ່າພູມປັນຍາຂອງປະເທດລາວສາມາດຊ່ວຍໃຫ້ຊາວອາເມລິກາເຂົ້າໃຈໂລກໄດ້ຫຼາຍຂຶ້ນກວ່າເກົ່າແນວໃດ.
ພວກເຮົາຈະນຳສະເໜີວິທະຍາສາດທີ່ດີທີ່ສຸດຂອງພວກເຮົາໃຫ້ກັບພວກທ່ານເພື່ອໃຫ້ປະຊາຊົນຂອງພວກທ່ານສາມາດເຂົ້າໃຈທຳມະຊາດ ແລະ ຟີຊິກໄດ້ຫຼາຍຂຶ້ນ ແລະ ປະກອບສ່ວນເຂົ້າໃນວິທະຍາສາດ ແລະ ວັດທະນະທຳຂອງໂລກ.
ພວກເຮົາຕ້ອງການຍຸກແຫ່ງການຮ່ວມມື, ບໍ່ແມ່ນຍຸກແຫ່ງການແຂ່ງຂັນ, ຍຸກແຫ່ງສັນຕິພາບ, ບໍ່ແມ່ນຍຸກສົງຄາມ, ຍຸກແຫ່ງຄວາມເຂົ້າໃຈ, ບໍ່ແມ່ນຍຸກແຫ່ງຄວາມກຽດຊັງ ແລະ ການໃສ່ຮ້າຍປ້າຍສີກັນ. ຍຸກໃໝ່ນັ້ນຈະເລີ່ມຕົ້ນຂຶ້ນໃນປະເທດລາວເພາະວ່າຄວາມຜິດພາດທີ່ສະຫະລັດອາເມລິກາກຳລັງຈະກະທຳໃນປະຈຸບັນນີ້ ລ້ວນແລ້ວແຕ່ສາມາດຊໍ້າຮອຍຍ້ອນກັບໄປເຖິງຄວາມຜິດພາດທີ່ພວກເຮົາໄດ້ກະທຳລົງໄປໃນປະເທດລາວ.
ຂໍເຊີນປະຊາຊົນລາວຜູ້ທີ່ມີກຽດທຸກທ່ານເຂົ້າຮ່ວມກັບຂ້າພະເຈົ້າດ້ວຍ.
ທ່ານ Emanuel Pastreich ແມ່ນໃຜ?
ທ່ານ Emanuel Pastreich ໄດ້ປາກົດຕົວໃນຊ່ວງໄລຍະສອງທົດສະວັດຜ່ານມາໃນຖານະເປັນຜູ້ນຳດ້ານນະໂຍບາຍພາຍໃນປະເທດ, ການທູດ ແລະ ຄວາມໝັ້ນຄົງ ເຊິ່ງເປັນບຸກຄົນທີ່ເນັ້ນການວາງແຜນໃນໄລຍະຍາວ ແລະ ສະໜັບສະໜູນການແກ້ໄຂບັນຫາໄພອັນຕະລາຍທີ່ແທ້ຈິງທາງດ້ານສັງຄົມ, ວັດທະນະທຳ, ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທີ່ພວກເຮົາປະເຊີນຢູ່ທັງພາຍໃນ ແລະ ຕ່າງປະເທດ, ບໍ່ແມ່ນໄພອັນຕະລາຍທີ່ເກີດຈາກກຸ່ມຄັງປັນຍາ ແລະ ບໍລິສັດທີ່ປຶກສາທີ່ຮັບຄຳສັ່ງຈາກພາກເອກະຊົນ.
ທ່ານ Pastreich ເປັນນັກການເມືອງຊາວອາເມລິກາພຽງຄົນດຽວທີ່ເວົ້າພາສາຢີ່ປຸ່ນ, ເກົາຫຼີ ແລະ ຈີນ ໄດ້ຢ່າງຄ່ອງແຄ້ວ ແລະ ທ່ານມີຄວາມສົນໃຈໃນອາຊີຕາເວັນອອກສຽງໃຕ້ຢ່າງເລິກເຊິ່ງ ເຊິ່ງເພິ່ນໄດ້ດຳເນີນໂຄງການຄວາມປອດໄພທາງດ້ານສິ່ງແວດລ້ອມ ແລະ ເຕັກໂນໂລຊີໃນປະເທດໄທ ແລະ ຫວຽດນາມ ລວມທັງໃນອະນາຄົດຂອງປະເທດລາວໃນບົດຂຽນຂອງເພິ່ນ.
ທ່ານ Pastreich ໄດ້ສ້າງຄວາມແຕກຕ່າງໃຫ້ກັບຕົນເອງໃນການເລືອກຕັ້ງປະທານາທິບໍດີປີ 2020 ເນື່ອງຈາກວ່າທ່ານເປັນຜູ້ສະໝັກພຽງຄົນດຽວທີ່ສຸມໃສ່ການປະຕິບັດການກ່ຽວກັບພະຍາດ COVID-19, ຄວາມຈິງກ່ຽວກັບ 9/11, ໄພຄຸມຄາມຈາກສະພາບດິນຟ້າອາກາດ ແລະ ການພັງທະລາຍຂອງຊີວະນາໆພັນ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີນາໂນ ແລະ ຊີວະພາບ ເພື່ອຈັດການ ແລະ ທຳລາຍສັງຄົມມະນຸດ, ຄວາມເຂັ້ມຂຸ້ນຂອງຄວາມຮັ່ງມີແບບທະວີຄູນ, ການຜັກດັນໃຫ້ພົນລະເມືອງກາຍເປັນທາດໂດຍກຸ່ມມະຫາເສດຖີ, ແລະ ການແຂ່ງຂັນທາງອາວຸດທີ່ສະແຫວງຫາຜົນກຳໄລ.
ທ່ານ Pastreich ໄດ້ປະຕິເສດຕັ້ງແຕ່ການເລີ່ມຕົ້ນໃນການຮັບເງິນຈາກຄົນລວຍ ແລະ ຜູ້ທີ່ມີອິດທິພົນ, ແລະ ເພິ່ນບໍ່ໄດ້ທໍ້ຖອຍໃຈທີ່ສື່ມວນຊົນສໍ້ລາດບັງຫຼວງ ບໍ່ສົນໃຈຕໍ່ຄຳປາໄສ ແລະ ຂໍ້ສະເໜີດ້ານນະໂຍບາຍຂອງເພິ່ນຢ່າງລະອຽດ. ເພິ່ນຖືວ່າຄວາມຈິງເປັນອາວຸດທີ່ມີພະລັງທີ່ສຸດໃນຄັງອາວຸດຂອງເພິ່ນ ເປັນຄັງອາວຸດທີ່ຕ້ອງສະແດງອອກໂດຍຂະບວນການເຄື່ອນໄຫວໃນທົ່ວປະເທດ—ບໍ່ແມ່ນພັກການເມືອງທີ່ສໍ້ລາດບັງຫຼວງ ຫຼື ບໍ່ແມ່ນປັນຍາຊົນຂອງສາທາລະນະທີ່ໄດ້ຮັບການສົ່ງເສີມໂດຍອຳນາດມືດຢູ່ເບື້ອງຫຼັງ.
ທ່ານ Pastreich ມັກຈະອ້າງອີງເຖິງຄຳເວົ້າຂອງນັກປັດຊະຍາທີ່ມີຊື່ວ່າ Hannah Arendt ໃນເວລາທີ່ເພິ່ນອະທິບາຍພາລະກິດຂອງເພິ່ນໃນການໂຄສະນາຫາສຽງເຂົ້າຊີງຕຳແໜ່ງປະທານາທິບໍດີ ດັ່ງນີ້: “ຄວາມຊົ່ວຮ້າຍບໍ່ເຄີຍ ‘ມີມາແຕ່ກຳເນີດ;’ ມັນເປັນພຽງຄວາມຮ້າຍແຮງເທົ່ານັ້ນ ເຊິ່ງມັນບໍ່ມີຄວາມເລິກ ຫຼື ມິຕິຜີສາດໃດໆ. ມັນສາມາດຂະຫຍາຍຕົວເກີນຂອບເຂດ ແລະ ຈັດວາງສິ່ງເສດເຫຼືອຂອງໂລກຢ່າງຊັດເຈນ ເພາະວ່າມັນແຜ່ກະຈາຍເໝືອນກັບເຊື້ອລາຢູ່ເທິງພື້ນຜິວ. ຄວາມຊົ່ວຮ້າຍທ້າທາຍຄວາມຄິດ ເພາະວ່າໃນເວລາທີ່ຄວາມຄິດພະຍາຍາມໄປເຖິງຮາກເຫງົ້າແຫ່ງຄວາມຊົ່ວທັງປວງ, ມັນກໍອຸກອັ່ງ, ບໍ່ພົບຫຍັງເລີຍໃນທີ່ນັ້ນ ເຊິ່ງນັ້ນຄື ‘ຄວາມທຳມະດາ’ ຂອງຄວາມຊົ່ວຮ້າຍ.”
ກ່າວຄືວ່າ ເພິ່ນມີຄວາມປະສົງທີ່ຈະຈັດການກັບຄວາມຊົ່ວຮ້າຍ ແຕ່ວ່າເພິ່ນຈະບໍ່ສົ່ງເສີມເກມການກ່າວໂທດແບບງ່າຍໆ, ຫຼື ປ່ອຍໃຫ້ຄົນເຫຼ່ຫຼ່ຽມຫຼິ້ນເປັນພົນລະເມືອງກຸ່ມໜຶ່ງຕໍ່ອີກກຸ່ມໜຶ່ງໂດຍໃຊ້ສາດສະໜາ, ຊົນເຜົ່າ, ຫຼື ການແບ່ງແຍກສີຜິວທາງອຸດົມການ ແລະ ເຮັດໃຫ້ສັບສົນ.
ທ່ານ Pastreich ມຸ່ງໝັ້ນທີ່ຈະຟື້ນຟູຮີດຄອງປະເພນີແບບລັດທິສາກົນນິຍົມ, ບໍ່ແມ່ນໂລກກາພິວັດ, ແລະ ເສດຖະກິດປະຊາທິປະໄຕທີ່ສະແຫວງຫາມາໂດຍຕະຫຼອດໂດຍ ທ່ານ Frederick Douglass, Abraham Lincoln, Eugene Debs, Franklin D. Roosevelt, Adlai Stevenson, ແລະ John F. Kennedy ໃນບົດຂຽນ ແລະ ການປະຕິບັດຂອງພວກເພິ່ນ.
ທ່ານຮຽກຮ້ອງໃຫ້ຄືນເງິນຈຳນວນຫຼາຍພັນຕື້ທີ່ມອບໃຫ້ບັນດາທະນາຄານຂ້າມຊາດ ແລະ ອົງກອນຕ່າງໆໃນຊ່ວງໄລຍະສິບປີຜ່ານມາ ເຊັ່ນວ່າ Amazon ແລະ Facebook ດຳເນີນການເປັນສະຫະກອນພາຍໃຕ້ການຄວບຄຸມ, ແລະ ຊັບສິນຂອງບໍລິສັດເຊື້ອເພີງຈາກຊາກວັດຖຸເກົ່າແກ່ ຈະຖືກຍຶດທັນທີ, ເຈົ້າຂອງ ແລະ ຜູ້ບໍລິຫານຂອງພວກເຂົາຈະຖືກຕັ້ງຂໍ້ຫາການກະທຳຜິດທາງອາຍາໃນການນຳສະເໜີຂໍ້ມູນຂ່າວສານທີ່ຫຼອກລວງຕໍ່ລັດຖະບານ ແລະ ຕໍ່ປະຊາຊົນກ່ຽວກັບຜົນເສຍຫາຍອັນຮ້າຍແຮງຕໍ່ສິ່ງແວດລ້ອມທີ່ເກີດຈາກຜະລິດຕະພັນຂອງພວກເຂົາ.
ເພິ່ນເກີດໃນເມືອງ Nashville, Tennessee, ເຕີບໃຫຍ່ໃນເມືອງ Saint Louis, Missouri, ທ່ານ Pastreich ໄດ້ເຂົ້າໂຮງຮຽນມັດທະຍົມຕາຍປາຍ Lowell ໃນລັດ San Francisco. ເພິ່ນໄດ້ສຳເລັດການສຶກສາຈາກວິທະຍາໄລ Yale ໃນປີ 1987 ໃນສາຂາວັນນະຄະດີຈີນ ແລະ ໃຊ້ເວລາໜຶ່ງປີຢູ່ທີ່ມະຫາວິທະຍາໄລແຫ່ງຊາດໄຕຫວັນ. ເພິ່ນໄດ້ສຳເລັດການສຶກສາລະດັບປະລິນຍາໂທຈາກມະຫາວິທະຍາໄລໂຕກຽວ ແລະ ລະດັບປະລິນຍາເອກໃນສາຂາພາສາ ແລະ ອະລິຍະທຳອາຊີຕາເວັນອອກຈາກມະຫາວິທະຍາໄລຮາເວີດ.
ທ່ານ Pastreich ເລີ່ມຕົ້ນອາຊີບຂອງເພິ່ນຢູ່ທີ່ມະຫາວິທະຍາໄລ Illinois, Urbana-Champaign ໃນຕຳແໜ່ງຜູ້ຊ່ວຍສາດສະດາຈານ ເຊິ່ງປະຈຸບັນເພິ່ນດຳລົງຕຳແໜ່ງເປັນຫົວໜ້າສະຖາບັນອາຊີ ເຊິ່ງເປັນຄັງປັນຍາທີ່ສຸມໃສ່ວຽກງານທາງດ້ານການທູດ, ຄວາມໝັ້ນຄົງ ແລະ ເຕັກໂນໂລຊີ ໂດຍມີສຳນັກງານຢູ່ໃນ ກຸງວໍຊິງຕັນ, ໂຊ, ບາງກອກ ແລະ ໂຕກຽວ.